ພາລະກິດຂອງອົງການຄຸ້ມຄອງ ແລະ ປົກປັກຮັກສາແຫ່ລງນ້ຳເທີນ2ໃນຕໍ່ໜ້າ ແມ່ນກຳໜົດຄວາມ ໜາແໜ້ນການປົກຫຸ້ມຂອງປ່າໄມ້, ຜົນຜະລິດກະສິກຳ, ການຄຸ້ມຄອງທີ່ດິນ ແລະ ການພັດທະນາຊຸມຊົນໃນເຂດປ່າສະຫງວນແຫ່ງຊາດ ນາກາຍ ນ້ຳເທີນ ໃຫ້ມີທ່າອ່ຽງດີຂຶ້ນເລື້ອຍໆ. ປ່າສະຫງວນແຫ່ງຊາດນາກາຍນ້ຳເທີນເປັນປ່າສະຫງວນນຶ່ງທີ່ໃຫຍ່ກ່ວາໜູ່ໃນ ສ ປ ປ ລາວ ມີຄວາມຫຼາກຫຼາຍທາງດ້ານການປົກຫຸ້ມຂອງເນື້ອທີ່ປ່າໄມ້ ແລະ ຊີວະນາໆພັນ, ມີຄວາມໂດດເດັ່ນທາງດ້ານຄຸນຄ່າການອະນຸລັກ ໃນເຂດພູມີພາກອາຊີຕາເວັນອອກສ່ຽງໃຕ້. ປ່າສະຫງວນແຫ່ງຊາດ ນາກາຍ ນ້ຳເທີນ ເປັນປ່າສະຫງວນແຫ່ງໜຶ່ງ ທີ່ໃຫຍ່ກວ່າໝູ່ໃນ ສປປ ລາວ ມີຄວາມຫຼາກຫຼາຍທາງດ້ານການປົກຫຸ້ມເນື້ອທີ່ປ່າໄມ້ ແລະ ຊີວະນາໆພັນ, ມີຄວາມໂດດເດັ່ນທາງດ້ານຄຸນ ຄ່າການອະນຸລັກ ໃນເຂດພູມີພາກອາຊີຕາເວັນອອກສ່ຽງໃຕ້. ມີສັດລ້ຽງລູກດ້ວຍນົມຊະນິດໜຶ່ງ ຢູ່ໃນອັນດັບທີ 3 ຂອງ 5 ຊະນິດພັນສຸດທ້າຍ ຂອງຈຳພວກສັດໃຫຍ່ໃນທົ່ວໂລກ ທີ່ຫາກໍ່ຄົ້ນພົບ ຫຼື ພົບເຫັນຢູ່ໃນເຂດປ່າສະຫງວນແຫ່ງຊາດ ນາກາຍ ນ້ຳເທີນ. ສັດທີ່ມີລັກສະນະໂດດເດັ່ນ ແລະ ແປກປະຫຼາດ ທີ່ຫາ ກໍ່ຄົ້ນພົບຊະນິດນີ້ ກໍ່ແມ່ນໂຕເສົາຫຼານັ້ນເອງ. Saola (Pseudorayx nghetinhensis), ເປັນສັດປະຈຳທ້ອງຖິ່ນ ທີ່ມີຖິ່ນທີ່ຢູ່ອາໃສ ຢູ່ເຂດສາຍພູຫຼວງ ຕາມແນວຊາຍແດນ ລະຫວ່າງ ລາວ-ຫວຽດນາມ. ເຂດປ່າສະຫງວນແຫ່ງຊາດ ນາກາຍ ນ້ຳເທີນ ເປັນປ້ອມທີ່ໝັ້ນ ແລະ ຖິ່ນທີ່ຢູ່ອາໃສ ຂອງສັດລ້ຽງລູກດ້ວຍນົມ ທີ່ຖືກໄພຂົ່ມຂູ່ມີ 4 ຊະນິດ ໃນທົ່ວໂລກ ລວມທັງຊະນິດທີ່ໃກ້ຈະສູນພັນເຊັ່ນ: ຂາແດງ(Pygathric nemaeus), ລີງລົມ (Nycticebus pymeaus), ໂຄ່ງ(Trachypithecus francoisi), ທະນີແກ້ມຂາວ(Nomascus siki) ກໍ່ແມ່ນຊະນິດພັນໜຶ່ງ ກຳລັງຖືກໄພຂົ່ມຂູ່ໜັກໃນທົ່ວໂລກ. ນອກນີ້ ຍັງເປັນເຮືອນຮັງຂອງຈຳພວກນົກ ຫຼາຍກວ່າ 430 ຊະນິດ ໃນນີ້ ລວມທັງນົກເປັດກ່າປີກຂາວ(Cairina scutulata). ປ່າສະຫງວນແຫ່ງຊາດ ນາກາຍ ນ້ຳເທີນ ຍັງເປັນໃນກາງ ທີ່ເຊື່ອມໂຍງແຜ່ກະຈາຍເນື້ອທີ່ອະນຸລັກ ຕາມແນວຊາຍແດນ ລະຫວ່າງ ລາວ-ຫວຽດນາມ. ເປັນເຂດອະນຸລັກ ທີ່ຫຼໍ່ແຫຼມ ແລະ ມີຄວາມສຳຄັນທີ່ສຸດໃນຂົງເຂດອາຊີ ທີ່ມີພົມແດນຕິດຈອດກັນ ລາວ-ຫວຽດນາມ-ກຳປູເຈຍ ເປັນເຂດເຊື່ອມຕໍ່ສຸດທ້າຍ ທີ່ຍັງຄົງເຫຼືອຂອງລະບົບຊີວະນາໆພັນ ໃນອາຊີຕາເວັນອອກສ່ຽງໃຕ້.