ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳເ ນ້ຳທີນ2 ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນທາງພາຍ ໃນ ແລະ ຕ່າງປະເທດໃນການສຶກສາຄົ້ນຄວ້າ, ໃນນັ້ນລວມມີມະຫາວິທະຍາໄລແຫ່ງຊາດລາວ (NUoL) ໄດ້ດຳເນີນການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດກ່ຽວກັບພັນພືດ ແລະ ພັນສັດໃນເຂດປ່າສະຫງວນແຫ່ງຊາດນາກາຍນ້ຳເທີນກໍຄືເຂດແຫລ່ງນ້ຳເທີນ2. ຈົນມາຮອດປະຈຸບັນນີ້ ອົງການຍັງໄດ້ສືບຕໍ່ເຮັດວຽກຮ່ວມກັບ:
- ສວນພຶກສາສາດ ໂຣຢ່ານໂບຕານິກ ເອດິນບວກ, ມະຫາວິທະຍາໄລອັບສາລາ ແລະ ມະຫາວິທະ ຍາໄລແຫ່ງຊາດລາວ. ໄດ້ຮ່ວກັນສຳຫລວດກ່ຽວກັບພຶກສາສາດທົ່ວໄປໃນເຂດປ່າສະຫງວນແຫ່ງ ຊາດນາກາຍນ້ຳເທີນ, ພ້ອມດຽວກັນນີ້ຍັງໄດ້ສຶກສາຄົ້ນຄ້ວາກ່ຽວກັບພືດເປັນຢາ
- ຫໍພິທິຕະພັນຄາຣໂຣລິນນາພາກເໜືອກ່ຽວກັບວິທະຍາສາດທຳມະຊາດ ແລະ ມະຫາວິທະຍາໄລ ແຫ່ງຊາດລາວໄດ້ດຳເນີນການສຳຫຼວດກ່ຽວກັບສັດເລືອຄານ,ເຄິ່ງບົກເຄິ່ງນ້າໃນບາງເຂດຂອງປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ ນາກາຍນ້ຳເທີນ
- ມະຫາວິທະຍາໄລອັອກສຟອດ ບຣຸກ ສຳຫຼວດກ່ຽວກັບການອະນຸລັກສັດລ້ຽງລູກດ້ວຍນົມ
- ມະຫາວິທະຍາໄລຊາເລດສຈວດ ສຳຫຼວດກ່ຽວກັບການພັດທະນາແບບມີສ່ວນຮ່ວມຂອງຊຸມຊົນ
- IUCN/SSC ໜ່ວຍງານສຳຫຼວດເສົາລາ ດຳເນີນການສຳຫຼວດໃນປີ 2011
- NTPC ໄດ້ດຳເນີນການສຳຫຼວດຕິດຕາມປາ ຫຼາຍໆຊະນິດພັນທີ່ແຜ່ກະຈາຍຢູ່ໃນເຂດແຫຼ່ງນ້ຳ ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳ ນ້ຳເທິນ2 ກອງເລຂ ອຄປ ທ2 ກໍໄດ້ສືບຕໍ່ດຳເນີນ ການສຳຫຼວດ ໂດຍແມ່ນໜ່ວຍງານ ສຶກສາຄົ້ນຄ້ວາຂອງອົງການເອງ.
ຜ່ານການຮ່ວມມືກັບອົງການຈັດຕັ້ງສາກົນທາງພາຍໃນ ແລະ ຕ່າງປະເທດໃນຂົງເຂດວຽກງານສຶກ ສາຄົ້ນຄ້ວາເພື່ອເສີມສ້າງພັດທະນາຄວາມເຂົ້າໃຈກ່ຽວກັບລະບົບນິເວດວິທະຍາທີ່ມີຄວາມເປັນເອກກະລັກພິເສດຂອງເຂດປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ,ອົງການຈະໄດ້ເອົາໃຈໃສ່ເດີນໜ້າສືບຕໍ່ຈັດຕັ້ງປະ ຕິບັດຕໍ່ໄປໃນທຸກໆເຂດປ່າສະຫງວນແຫ່ງຊາດໃນທົ່ວປະເທດ. ກ່ຽວກັບວຽກງານສຶກສາຄົ້ນຄ້ວາ ທ່ານສາມາດເລືອກເຂົ້າຊົມໄດ້ໃນ ໜ້າຂອງຊັບພະຍາກອນຂອງອົງ ການ ອຄປ ທ2 . ຖ້າທ່ານເປັນຄົນລາວ ຫຼື ນັກຄົ້ນຄ້ວາຕ່າງປະເທດຫາກມີຄວາມສົນໃຈຢາກເຂົ້າໄປ ສຶກສາຄົ້ນຄ້ວາຫາຂໍ້ມູນທີ່ປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ ກະລຸນາຕິດຕໍ່ພົວພັນຫາ ທ່ານ ຮອງຫົວໜ້າກອງເລຂາ ຜູ້ຮັບຜິດຊອບວຽກງານປະຕິບັດລະບຽບການ