ວັດທະນະທຳ

ປະຊາຊົນມີຄວາມເຂົ້າໃຈແນວໃດ ກ່ຽວກັບການສ້າງຜົນກະທົບຕໍ່ລະບົບນິເວດວິທະຍາ ໃນເຂດປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ. ລະບົບນິເວດວິທະຍາຂອງເຂດແຫຼ່ງນ້ຳແມ່ນເປັນ ສິ່ງສຳຄັນ ແລະ ຈຳເປັນທີ່ຈະຕ້ອງ​ໄດ້ເຂົ້າໃຈ. ເຖິງຖິ່ນທີ່ຢູ່ອາໃສຂອງຊະນິດພັນເຄື່ອງປ່າຂອງດົງ ແລະ ຈະຕ້ອງໄດ້ຮັບການຄຸ້ມຄອງ,ປົກປັກຈາກຊາວບ້ານຜູ້ທີ່ຢູ່ອາໃສໃນພື້ນທີ່, ຊາວບ້ານ ແລະ ຄວາມຫລາກຫຼາຍຂອງຊີວະນາໆພັນໃນເຂດນາກາຍນ້ຳເທີນແມ່ນຕິດພັນກັນໂດຍກກົງ, ດ້ວຍເຫດນັ້ນ ບັນດາກິດຈະກຳວຽກງານອະນຸລັກ ແລະ ການພັດທະນາໃດໆໃນເຂດປ່າສະຫງວນ ແຫ່ງຊາດນາກາຍນ້ຳເທີນ ຄວນຈະຕ້ອງໄດ້ພິນິດພິຈາລະນາໃຫ້ລະອຽດລະຫວ່າງ “ຄວາມຫຼາກຫຼາຍ ທາງດ້ານວັດທະນະທຳ“ ໃນພື້ນທີ່.

ຄວາມແຕກຕ່າງຂອງຊົນເຜົ່າ.

​​​ໃນ​ເຂດປ່າ​ສະຫງວນ​ແຫ່ງ​ຊາດ​ນາ​ກາຍ​ນ້ຳ​ເທີນ ປະກອບ​ມີ 31 ໝູ່​ບ້ານປະຈຸ​ບັນ ມີ​ປະຊາຊົນປະມານ 6,900 ຄົນອາໃສຢູ່​. (NNT) ​ໂດຍ​ສະ​ເລ່ຍຄວາມໜາແໜ້ນຂອງປະຊາກອນທັງ​ໝົດປະມານ 1.95 ຄົນ/ກິໂລແມັດ. ​ແລະມີຫຼາຍກວ່າ 28 ພາສາ​ເວົ້າ ຈາກ 4 ກຸ່ມຫຼັກທີ່ຖືກຈຳແນກ ໄວ້ໃນເຂດ ແຫຼ່ງນ້ຳ. ​ໃນ​ປີ 1996 ນັກ​ຄົ້ນ​ຄ້ວາມະນຸດ​ສາດ​ວິທະຍາ​ໄດ້​ຄົ້ນ​ພົບ​ພຽງ​ແຕ່​ສາມ​ກຸ່ມ​ເທົ່າ​ນັ້ນ ແລະມິ​ຫຼາຍໆ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​​ໃນເຂດ​ນາກາຍນ້ຳເທີນ. ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ມູນ​ຫຼັກ​ຖານ ກ່ຽວກັບພາສາ ນັກ​ຄົ້ນ​ຄ້ວາມະນຸດວິທະຍາຍັງ​ແນະນຳ​ໃຫ​້ຮູ້​ຕື່ມອີກວ່າ: ນາກາຍນ້ຳເທີນ NNT ແມ່ນ​ເປັນພື້ນທີ່ພູດ​ອຍທີ່ມີປະຊາຊົນ​ທອ້ງຖິ່ນ ຫຼື(ຊາວບ້ານ​ພື້ນຖານ) ອາໃສຢູ່ຢ່າງຕໍ່ເນື່ອງ ມາເປັນເວລາດົນນານ​ແລ້ວຂອງປະເທດລາວ ຫຼື ຫວຽດນາມ.

ນອກຈາກຈະເຫັນຄວາມຫຼາກ​ຫຼາຍຂອງປະຊາຊົນບັນດາເຜົ່າທີ່​ມີ​ພາສາ​ເວົ້າ​ແຕກ​ຕ່າງ​ກັນແລ້ວ, ​ໃນ​ເຂດນາກາຍນ້ຳເທີນຍັງມີ​ຄວາມ​ແຕກ​ຕ່າງໃນການ​ໃຊ້ພາສາ ລາວນັ້ນອີກ. ຊົນ​ເຜົ່າ​ລາວ​ລຸ່ມ​ແມ່ນ​ເປັນ​ຊົນ​ເຜົ່າ​ທີ່​ໃຫຍ່​ກ່ວາ​ໝູ່​ໃນ​ປະ​ເທດ, ສະ​ນັ້ນພາສາ ປະຈຳຊາດຈິ່ງແມ່ນພາສາຊົນເຜົ່າລາວລຸ່ມ ບໍ່ແມ່ນພາສາຂອງຜູ້ອາໃສທຳອິດໃນເຂດນາກາຍນ້ຳເທີນ NNT. 4ຊົນ ເຜົ່າກຸ່ມ​ໃຫຍ່ທີ່ອາໃສຢູ່ ຫຼື ນຳໃຊ້ພື້ນທີ່ນັ້ນໄດ້ແກ່:

  • Vietic ວຽດຕິກ (​ແມ່ນພາສາຕະກຸນໜຶ່ງໃນອາຊີອາຄະ​ເນປະກອບດ້ວຍ ພາສາຍວນ, ຂະແມ, ແລະ ມອນ ​ໃນ​ກຸ່ມ​ນີ້​ຢ່າງ​ນ້ອຍມີ 12 ຊົນ​ເຜົ່າ​ກຸ່ມ​ນ້ອຍທີ່​ມີ​ພາສາ​ເວົ້າ​ແຕກ​ຕ່າງ​ກັນ Brou ບຣູ (Katuicແມ່ນພາສາຂອງຕາເວັນຕົກຕະກູນໜຶ່ງໃນອາຊີອາຄະເນ) ຍັງເປັນທີ່ຮູ້ຈັກ ກັນວ່າ ເປັນພາສາໂສ້ ຫຼື ມະກອງ.
  • ພາສາໄຕ-ກະໄດ(Tai-Kadai), ລວມທັງ ​ແຊກ Sek, ພາສາເກົ່າແກ່ດັ້ງ​ເດີມທີ່ແຕກຕ່າງ ຈາກກຸ່ມພາສາໄຕ Tai.
  • Hmong ມົ້ງ(ສາມະຊິກຂອງເຜົ່າພັນພາສາຕະກູນມົງ-ມ່ຽນ) ເຊິ່ງຍົກຍ້າຍມາຈາກ ທາງພາກ ເໜືອມາອາໃສຢູ່ເຂດ ອ້ອມຮອບ, ແຕ່ບໍ່ແມ່ນໃນພື້ນທີ່ ເຂດແຫຼ່ງນ້ຳໆເທີນ2.

ຊາວບ້ານທັງໝົດມີຈິດສຳນຶກອັນແຮງກ້າໃນການເປັນເຈົ້າຂອງຊັບສົມບັດໃນ

ຂົງເຂດ ແລະ ຕິດພັນກັບຊັບພະຍາກອນປ່າໄມ້,  ແມ່ນ້ຳລຳເຊ. ນອກຈາກນີ້, ຍັງມີການກຳນົດ ເຂດແດນອິງຕາມການກຳນົດອານາເຂດ ຫຼື ຄວາມເຊື່ອຂອງ(ຜີເມືອງ).

ກາດຳລົງຊີວິດ.

ເຖິງແມ່ນວ່າໃນເຂດນາກາຍນ້ຳເທີນມີຄວາມຫຼາກຫຼາຍຂອງເຜົ່າຕ່າງໆອາໃສຢູ່, ພວກເຂົາຍັງມີຫຼາຍໆລະບົບທີ່ຄ້າຍຄືກັນໃນການທຳມາຫາກິນໃນໝູ່ບ້ານ. ໃນຄະນະທີ່ຊາວບ້ານສ່ວນໃຫຍ່ມັກອາໃສຢູ່ຕາມສະພາບພູມີປະທດທີ່ອ້ອມຮອບໄປດ້ວຍພູຜາປ່າໄມ້, ນີ້ເປັນວັດ ທະນະທໍາທີ່ຍັງສະແດງໃຫ້ເຫັນເຄືອຂ່າຍການດໍາລົງຊີວິດແບບດັ້ງເດີມຮ່ວມກັນຂອງພວກເຂົາ.

ໂດຍທົ່ວໄປແລ້ວການສ້າງເຮືອນແມ່ນຕັ້ງປະມານ 1-3 ແມັດສູງຈາກໜ້າດິນ, ດ້ວຍເສົາໄມ້ກົມ, ແອ້ມດ້ວຍຝາໄມ້ເຮ້ຽ(ໄມ້ໄຜ່) ຫຼືແປ້ນ . ບ້ານເຮືອນໄດ້ຖືກຈັດກຸ່ມເຂົ້າກັນພາຍໃນຂອບເຂດທີ່ຊັດເຈນຂອງບ້ານ ແລະ ມີພື້ນທີ່ກະສີກຳອ້ອມຮອບແຕ່ລະໝູ່ບ້ານ.

ຄວາຍເປັນສັດພື້ນບ້ານທີ່ມີລາຄາແພງ ແລະ ຖືກນຳໃຊ້ໃນວຽກງານກະສິກໍາແບບດັ່ງເດີມ, ຕົກມາຮອດປະຈຸບັນໄດ້ຖືກທົດແທນດ້ວຍລົດໄຖນາ, ຄວາຍຍັງຖືກນຳມາໃຊ້ໃນພິທີກຳຕ່າງໆເຊັ່ນ: ການແຕ່ງດອງ ແລະ ງານສົບ,ແລະ ຂາຍເພື່ອຊື້ເຂົ້າກິນໃນບາງປີທີ່ຊາວບ້ານ ມີເຂົ້າ ບໍ່ກຸ້ມກິນພາຍຫຼັງລະດູການເກັບກ່ຽວ. ສັດພື້ນບ້ານຊະນິດອື່ນ ເຊັ່ນ: ໝູ, ໄກ່  ແມ່ນຖືກນຳໃຊ້ເພື່ອເປັນອາຫານ, ແລະ ໝາໃຊ້ເພື່ອການລ້າສັດ.

ຊາວບ້ານໄດ້ຍຶດຖືອາຊີບໃນການກະສິກໍາເປັນຈຳນວນຫຼວງຫຼາຍ ລວມທັງການລ່າສັດ ,ການເກັບກູ້ເຄື່ອງປ່າຂອງດົງ ແລະ ສັດນ້ຳ ທາດຊີ້ນ ຫຼືໂປຣຕີນສ່ວນໃຫຍ່ບໍ່ໄດ້ມາຈາກສັດລ້ຽງພື້ນບ້ານ ແຕ່ຕົ້ນຕໍໄດ້ມາຈາກປາ ແລະ ສັດເຄິ່ງບົກເຄີ່ງນ້ຳ ສ່ວນໃຫຍ່ພັງລັງງານ ຫຼື ກຼໍຣີໃນອາຫານແມ່ນໄດ້ມາຈາກຜົນຜະລິດຈາກການເຮັດໄຮ່ເລື່ອນລອຍ. ການຖາງປ່າເຮັດໄຮ່ແລະລະບົບການກະສິກຳໃນເຂດພູດອຍແບບດັ້ງເດີມໄດ້ມີການປ່ຽນແປງ ແລະ ປັບປຸງແນວພັນການປູກຝັງທີ່ແຕກຕ່າງກັນ. ຜົນພະລິດສ່ວນໃຫຍ່ທີ່ເປັນພື້ນຖານຫຼັກແມ່ນເຂົ້າໜຽວ, ນອກນີ້ຍັງມີມັນຕົ້ນ, ເຂົ້າສາລີ, ໝາກບວບ ແລະ ໝາກເຜັດທີ່ເປັນຜົນລະປູກສຳຮອງ. ປີໄດຫາກການເກັບກ່ຽວຜົນຜະລິດເຂົ້າໄດ້ຕ່ຳ ຊາວບ້ານກໍຈະມີການຄ້າຂາຍເຄື່ອງປ່າຂອງດົງ, ສັດປ່າ, ສັດລ້ຽງ ແລະ ແຮງງານເພືອເຂົ້າ, ເສື້ອຜ້າ ແລະ ເຄື່ອງໃຊ້ບ່າງຢ່າງໃນຄອບຄົວ.

ມີຫຼາຍໆບ້ານໃນເຂດປ່າສະຫງວນແຫ່ງຊາດນາກາຍນ້ຳເທີນໄດ້ສະແຫວງຫາຜົນ ປະໂຫຍດ ສ່ວນຕົວໂດຍຮ່ວມມືກັບກຸ່ມພໍ່ ຄ້າພາຍນອກ, ກະທຳຜິດກົດ ໝາຍ ລັກລອບຊື້ຂາຍຊັບພະຍາກອນປ່າໄມ້ຕາມແນວຊາຍແດນລາວ-ຫວຽດນາມ, ປະຊາຊົນຊາວໄຮ່ເຂດພູດອຍທີ່ອາໃສຢູ່ໃນເຂດອ້ອມຮອບເຊັ່ນ: ຊົນເຜົ່າມົ້ງ ແລະ ໄຕທີ່ ຢູ່ທາງທິດ ຕາເວັນອອກສ່ຽງເໜືອ ທຳການລັກລອບຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງຈາກທາງທິດ ຕາເວັນອອກໄປຫາທິດເໜືອ ແລະ ກຸ່ມທີ່ຢູ່ທາງເຂດທົ່ງພຽງ ລວມທັງພູພຽງນາກາຍໄດ້ທຳການ ລັກລອບໃນເຂດອ່າງເກັບນ້ຳ.